ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດ​ສະ​ຣາ​ແອນ ຢືນຢັນ​ການ​ປະ​ທະ​ກັນ​ກັບ ຮາ​ມາດ ຍັງ​ຈະ​ແກ່ຍາວ

     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ ວັນ​ທີ 26 ທັນວາ ນີ້, ໂດຍ​ອີງ​ຕາມ​ ທ່ານ ເບນ​ຈາ​ມິນ ເນ​ຕານ​ຢາ​ຮູ ນາຍົກລັດຖະມົນຕີ ອິດ​ສະ​
ຣາ​ແອນ ຢືນຢັນ​ວ່າ: ການ​ປະ​ທະ​ກັນ​ກັບ ຮາ​ມາດ ຍັງ​ຈະ​ແກ່ຍາວ. ກ່າວ​ຄຳ​ເຫັນ​ຕໍ່​ສະພາ​ແຫ່ງ​ຊາດ ອິດ​ສະ​ຣາ​ແອນ, ທ່ານ ເບນ​ຈາ​ມິນ
ເນ​ຕານ​ຢາ​ຮູ ຊີ້​ແຈງ​ວ່າ: ມີ​ພຽງ​ແຕ່​ການ​ສືບຕໍ່​ບຸກ​ໂຈມ​ຕີ​ໃສ່​ເຂດ ກາ​ຊາ ຈຶ່ງ​ຈະ​ກໍ່​ຄວາມ​ກົດ​ດັນ​ບັງຄັບ​ໃຫ້​ກຳລັງ ຮາ​ມາດ ປ່ອຍ​ບັນດາ​
ຕົວ​ປະກັນ​ເປັນ​ອິດສະຫຼະ.

     ໃນ​ວັນ​ດຽວ​ກັນ, ທ່ານ ຊາ​ເມ ຊຸກ​ຣີ ລັດຖະມົນຕີ​ການ​ຕ່າງປະເທດ ເອ​ຢິບ ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ​ຄູ່​ຕຳແໜ່ງ ອີ​ຣານ
ໂຮ​​ສ​ເຊນ ອາ​ເມຍ-ອັບ​ດຸນ​ລາ​ຮີ​ອານ ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ຫຼ້າ​ສຸດ​ຢູ່​ເຂດ ກາ​ຊາ, ກໍ​ຄື​ຄວາມ​ມານະ​ພະຍາຍາມ​ ເພື່ອ​ບັນລຸ​ໄດ້​
ຄຳ​ສັ່ງ​ຢຸດ​ຍິງ​ຢ່າງ​ສີ້ນ​ເຊີງ​ຢູ່​ເຂດ​ດິນແດນ​ຂອງ ປາ​ແລັດ​ສະ​ຕິນ, ພ້ອມ​ທັງ​ຮຽກຮ້ອງ​ສ້າງຕັ້ງ​ກົນ​ໄກ​ຂອງ​ສະຫະ​ປະຊາ​ຊາດ ເພື່ອ​ສ້າງ
​ເງື່ອນໄຂ​ສະດວກ​ໃຫ້​ແກ່​ການ​ສຳຜັດ ແລະ ຕິດຕາມ​ກວດກາ​ເຄື່ອງ​​ຊ່ວຍ​ເຫຼືອ ເພື່ອມະນຸດສະທຳ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/01/2024